THE CANNABIS FAMILY

1) Cannabis Sativa L. subsp. Sativa 3-6 m. high
2) Cannabis Sativa L. subsp. Indica 5-7 m. high
3) Cannabis Sativa L. subsp. Ruderalis 1-2 m. high
ເຮັ້ມເປັນພືດທີ່ມີມາແຕ່ດົນ ນັກວິທະຍາສາດໄດ້ຈັດພຶດສະນິດນີ້ ໃຫ້ຢູ່ໃນກູ່ມວົງຕຳແຍ (Urticaceae) ຕໍ່ມາພາຍຫຼັງທີພົບວ່າມີຄຸນສົມບັດ ແລະ ຄຸນລັກສະນະສະເພາະຫຼາຍປະການ ທີ່ຕ່າງກັນອອກໄປຫຼາຍຈາກພືດໃນກຸ່ມຕຳແຍ ຈື່ງໄດ້ຮັບການແຍກອອກເປັນກຸ່ມສະເພາະຄື: Cannabidaceae ໂດຍໃນພືດຕະກຸນນີ້ຍັງແຍກອອກເປັນ 3 ສາຍພັນຍ່ອຍ (Sub Species) ໄດ້ແກ່.
1.
ເຮັ້ມ (Cannabis sativa L. subsp. Sativa) ໃບມີລັກສະນະຍາວຮຽວແຫຼມ ມີ 7-9 ແສກ, ລຳຕົ້ນຕັ້ງຊື່ ເມື່ອໃຫ່ຍເຕັມທີ່ ສູງສຸດປະມານ 3-6 ແມັດ
2.
ກັນຊາ (Cannabis sativa L. subsp. Indica) ໃບມີລັກສະນະເປັນຟຸ່ມກ້ວາງໜາກ່ວາ Hemp ມີ 5-7 ແສກ ຄວາມສູງຂອງຕົ້ນເມື່ອໃຫ່ຍເຕັມທີ່ ສູງສຸດປະມານ 1-3 ແມັດ.
3.
ຣູເດີຣາລິສ (Cannabis sativa L. subsp. Ruderalis) ໃບມີລັກສະນະເປັນ 5 ແສກ ຄວາມສູງຂອງຕົ້ນເມື່ອໃຫ່ຍເຕັມທີ ສູງສຸດປະມານ 1 - 2 ແມັດ ໃຫ້ຜົນຜະລິດເປັນເມັດນ້ຳມັນຫຼາຍສຸດ ປູກຫຼາຍໃນປະເທດລັດເຊຍ, ແຄນນາດາ.

[ BACK ]